ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫະ​ພະ​ພັນ​ແມ່ຍິງ ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ ຈັດ​ກິດຈະກຳ​ຍ່າງ​ເພື່ອ​ສຸ​​ຂ​ະພາບ


ສະຫາຍ ພັນ​ເອກ ສະແຫວງ ແດນ​ນາ​ມົນ ຫົວໜ້າ​ການເມືອງ ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ
ເຂົ້າຮ່ວມຂະບວນຍ່າງເພື່ອ​ສຸຂະພາບ ໃນວັນທີ 6/3/2024 ຢູ່ທີ່ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ

     ວັນ​ທີ 6 ມີນາ 2024, ສະຫະພັນ​ແມ່ຍິງ ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ ໄດ້​ຈັດ​ກິດຈະກຳ​ຍ່າງ​ເພື່ອ​ສຸຂະພາບສະເຫຼີມສະ
ຫຼອງ​ວັນ​ແມ່ຍິງ​ສາກົນ ຄົບຮອບ 114 ປີ, ໂດຍ​ມີ ສະຫາຍ ພັນ​ເອກ ສະແຫວງ ແດນ​ນາ​ມົນ ຫົວໜ້າ​ການເມືອງ ໂຮງຮຽນ​ວັດທະນະທຳ​ຊົນ
ເຜົ່າ​ກອງທັບ, ຄະນະ​ພັກ-ຄະນະ​ອຳ​ນວຍ​ການ, ຄະນະ​ສະຫະພັນ​ແມ່ຍິງ ພ້ອມ​ດ້ວຍສະມາຊິກ​ສະຫະພັນ​ແມ່ຍິງ ເຂົ້າ​ຮ່ວມ.

     ສະຫາຍ ພັນ​ເອກ ນາງ ຄຳ​ມີ ບົດນາລີ ຫົວໜ້າ​ຫ້ອງ​ການເມືອງ ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ ໄດ້​ຜ່ານ​ປະຫວັດ​ຄວາມ​
ເປັນ​ມາຂອງ​ວັນ​ແມ່ຍິງ​ສາກົນ ​ຍົກ​ໃຫ້​ເຫັນ​ຄວາມ​ໝາຍ​ສຳຄັນ​ຂອງ​ວັນ​ແມ່ຍິງ, ບົດບາດ​ຂອງ​ແມ່ຍິງ​​ສາກົນ ແລະ ພາກ​ພື້ນ ໂດຍ​ສະເພາະ​
ໃນ ​ສປປ ລາວ. ກິດ​ຈະ​ກຳຍ່າງ​ເພື່ອ​ສຸຂະພາບ​ຄັ້ງ​ນີ້, ຍັງ​ມີ​ການ​ເຕັ້ນ​ເພງ​ລາວ 4 ຈັງຫວະ ບັດ​ສະ​ລົບ, ຣີ​ໂບ​ລັອກ, ສາວ​ຊຽງ​ຂວາງ ແລະ ປາ
ຄໍ່​ໃຫຍ່ ຕື່ມ​ອີກ.

ແຫຼ່ງທີ່ມາ: ສົມ​ໃຈ​ນຶກ ສີ​ປະເສີດ
ວັນທີ 14/03/2024